ນະໂຍບາຍຄວາມເປັນສ່ວນຕົວ ແລະ ການຄືນເງິນ
PAXFOREX ຮັກສາຄວາມເປັນສ່ວນຕົວຂອງນັກລົງທຶນ ເພື່ອຄວາມສຳພັນຂອງພວກເຮົາ ແລະ ນັກລົງທຶນ ພວກເຮົາຍິນດີທີ່ຈະເກັບຮັບສາ ຄວາມລັບ ແລະ ຂໍ້ມູນສ່ວນຕົວຂອງນັກລົງທຶນທຸກຄົນ ເພື່ອໃຫ້ມີຄວາມປອດໄພໃນການທຳທຸລະກຳໃນບົດບັນຍັດນີ້ ມີຜົນບັງຄົບໃຊ້ ທັງລູກຄ້າເກົ່າ ແລະ ລູກຄ້າໃນປະຈຸບັນຂອງພວກເຮົາ ນັກລົງທຶນຈົ່ງອ່ານລາຍລະອຽດ ແລະ ຂໍ້ມູນຕໍ່ໄປເພື່ອຮັກສາສິດ ແລະ ຜົນປະໂຫຍດຂອງ ນັກລົງທຶນເອງ.
ບົດບັນຍັດທົ່ວໄປ
ນະໂຍບາຍສ່ວນບຸກຄົນ ເປັນສ່ວນຫນຶ່ງຂອງຂໍ້ຕົກລົງການຄ້າ ເອກະສານທັງໝົດ PAXFOREX ແລະ ຕົວແທນຂອງພວກເຮົາຢ່າງເປັນທາງ ການ ລວມເຖິງຄູ່ຄ້າສັງກັດຕ່າງໆ (ເຊິ່ງເອີ້ນວ່າ ບໍລິສັດ), ຄືຜູ້ໃຫ້ບໍລິການຕ່າງໆ ໃຫ້ແກ່ລູກຄ້າ.
ການເລືອກບໍລິການຂອງບໍລິສັດ ນັກລົງທຶນຕ້ອງຍອມຮັບເງື່ອນໄຂຂໍ້ຕົກລົງ ແລະ ຂໍ້ກຳໜົດດ້ານ ເອກະສານທັງໝົດ; ການໂຕ້ຕອບລະ ຫວ່າງນັກລົງທຶນ ແລະ ບໍລິສັດໃນລະຫວ່າງການທຳການຄ້າ ແລະ ການລົງທຶນ ລວມທັງການຊຳລະເງິນ ແລະ ອື່ນໆ. ຖ້າຫາກວ່ານັກລົງທຶນ ເຫັນວ່າເງື່ອນໄຂ ນະໂຍບາຍຄວາມເປັນສ່ວນຕົວບໍ່ສາມາດຍອມຮັບໄດ້ ທ່ານຕ້ອງຢຸດຕິການໂຕ້ຕອບທັ້ງໝົດກັບບໍລິສັດ ລວມເຖິງການ ສິ້ນສຸດການດຳເນີນການທາງດ້ານການເງິນທັງໝົດກັບບໍລິສັດ
ການນຳສະເໜີນະໂຍບາຍຫລັກ ແມ່ນສິ່ງສຳຄັນທີ່ສຸດ ສຳຫຼັບການໃຫ້ບໍລິການລູກຄ້າ. ບໍລິສັດ ແມ່ນເຄົາລົບສິດທິໃນແຕ່ລະໜ່ວຍງານ ແລະ ກົດສຳຫຼັບຄວາມເປັນສ່ວນຕົວ ໂດຍບໍ່ໄດ້ຄຳນຶງເຖິງຄວາມເປັນລູກຄ້າຂອງບໍລິສັດ, ເຊັ່ນດຽວກັນກັບຜູ້ທີ່ຕັ້ງໃຈຈະຕອບໂຕກັບບໍ ລິສັດ. ເງື່ອນໄຂນະໂຍບາຍຄວາມເປັນສ່ວນຕົວ ຂອງບໍລິສັດ ແມ່ນຈະໃຊ້ກັບລູກຄ້າໃນປະຈຸບັນ ແລະ ລູກຄ້າໃນອະນາຄົດ ຂອງບໍລິສັດ.
ແລະ ອີກສິ່ງທີ່ສຳຄັນ ຂອງບໍລິສັດ ແມ່ນສາຍພົວພັນລະຫວ່າງ ບໍລິສັດ ແລະ ສູກຄ້າ. ບໍລິສັດ ແມ່ນຈົງຮັກພັກດີ ແລະ ເຄົາລົບຕໍ່ລູກຄ້າ ທຸກຄົນ ແລະ ຮັກສາຂໍ້ມູນຄວາມປອດໄພຢ່າງສົມບູນ ແລະ ເປັນຄວາມລັບ.
ຂໍ້ກຳໜົດ ແລະ ເງື່ອນໄຂພື້ນຖານໃນນະໂຍບາຍຄວາມເປັນສ່ວນຕົວ ມີດັ່ງນີ້:
ຄວາມເປັນສ່ວນຕົວ (ຂໍ້ມູນທີ່ເປັນຄວາມລັບ) ແມ່ນສິດຕາມກົດໝາຍຂອງບຸກຄົນ ຫຼື ຫນ່ວຍງານກົດໝາຍສຳຫຼັບການບໍ່ເປີດເຜີຍຂໍ້ ມູນສ່ວນຕົວ ຫຼື ສ່ວນບຸກຄົນ (ຂໍ້ມູນ) ຫຼື ຂໍ້ມູນທີ່ເປັນຄວາມລັບທາງການຄ້າ. ໃນຄວາມກ່ຽວຂ້ອງລະຫວ່າງ ບໍລິສັດ ແລະ ລູກຄ້າ ຄວາມ ເປັນສ່ວນຕົວແມ່ນໝາຍເຖິງ ຄວາມມຸ່ງໝັ້ນຂອງບໍລິສັດ ໃນການປ້ອງກັນ ແລະ ກວດສອບການບໍ່ເປີດເຜີຍຂໍ້ມູນຂອງລູກຄ້າທີ່ໄດ້ຮັບ ຈາກບໍລິສັດ ໃນຂະນະທີ່ໃຫ້ບໍລິການແກ່ລູກຄ້າ.
ຂໍ້ມູນສ່ວນຕົວຂອງລູກຄ້າ - ຂໍ້ມູນສັກສະນະສະເພາະ ຫຼື ການລະບຸ ຫຼື ການກວດສອບລູກຄ້າ ຫຼື ການເປີດເຜີຍລາຍລະອຽດບຸກຄະລິກຂອງ ບາງຢ່າງ, ເງື່ອນທາງດ້ານການເງິນ ແລະ ການຕັ້ງຄ່າຕ່າງໆ. ລາຍລະອຽດເພີ່ມເຕີມຂອງເງື່ອນໄຂ ນີ້ ແມ່ນສາມາດກວດພົບໄດ້ໃນນະໂຍບາຍ ຄວາມເປັນສ່ວນຕົວໃນປະຈຸບັນ.
ນະໂຍບາຍຄວາມເປັນສ່ວນຕົວ ແມ່ນສິ່ງຫນຶ່ງທີ່ຊັບຊ້ອນ ດ້ວຍວິທີການ ແລະ ການກະທຳທີ່ຖືກຕ້ອງເຕັມຮູບແບບ, ຂໍ້ມູນທີ່ຖືກຕ້ອງ ແລະ ແທ້ຈິງທີ່ກ່ຽວຂ້ອງກັບລູກຄ້າ ແລະ ການປົກປ້ອງຂໍ້ມູນນີ້ ເຊັ່ນການແລກປ່ຽນຂໍ້ມູນກັບຫນ່ວຍງານລັດຕາມກົດໝາຍທີ່ມີຢູ່ແລ້ວ ແລະ ເງື່ອນໄຂນະໂຍບາຍຄວາມເປັນສ່ວນຕົວໃນປະຈຸບັນ.
ຂໍ້ມູນສ່ວນຕົວ
ເມື່ອລູກຄ້າສະໝັກ ຫຼື ເປີດບັນຊີຈິງ ຫຼື ທົດລອງ; ບໍລິສັດຮວບຮວມຂໍ້ມູນສ່ວນຕົວກ່ຽວກັບລູກຄ້າ ເພື່ອຈຸດປະສົງທາງທຸລະກິດ; ເຊັ່ນການ ປະເມີນຄວາມຕ້ອງການທາງດ້ານການເງິນຂອງລູກຄ້າ, ຂະບວນການຂໍ້ສະເໜີ ແລະ ຄຳຂໍຮ້ອງຂອງລູກຄ້າ, ການແຈ້ງລູກຄ້າ ກ່ຽວກັບຜະລິດ ຕະພັນ ແລະ ການບໍລິການທີ່ອາດເປັນທີ່ສົນໃຈຂອງພວກເຂົາ, ແລະ ການບໍລິການທີ່ມີປະສິດທິພາບ ແລະ ຄຸນະພາບໃຫ້ລູກຄ້າ.
ປະເພດຂໍ້ມູນດັ່ງກ່າວ ມີດັ່ງນີ້:
ຂໍ້ມູນການລົງທະບຽນ - ຂໍ້ມູນທີ່ໃຫ້ໂດຍລູກຄ້າຕາມແບບຟອມສະໝັກ ແລະ ເອກະສານອື່ນ (ລວມທັງເອກະສານເອເລັກໂຕນິກ). ໂດຍລວມມີ: ຊື່, ນາມສະກູນ, ຊື່ນາມສະກູນ, ຂໍ້ມູນການຕິດຕໍ່, (ທີ່ຢູ່ໄປສະນີ, ເບີໂທ, ອີເມລ໌...) ວັນເກີດ, ອາຊີບ, ຊິບສິນ ແລະ ລາຍໄດ້.
ຂໍ້ມູນທາງທຸລະກຳ - ຂໍ້ມູນການປະຕິບັດລະຫວ່າງລູກຄ້າ ແລະ ບໍລິສັດ ຫຼື ລະຫວ່າງລູກຄ້າ ແລະ ຄູ່ຮ່ວມທຸລະກິດຂອງບໍລິສັດ; ເຊັ່ນດຽວກັນ ກັບຂໍ້ມູນການສື່ສານ (ຝ່າຍດຽວ ຫຼື ຫຼາຍຝ່າຍ) ລະຫວ່າງລູກຄ້າ ແລະ ບໍລິສັດ. ຕົວຢ່າງ ຍອດເງິນໃນບັນຊີຂອງລູກຄ້າ, ຂໍ້ມູນການ ເທຣດ (ລົງທຶນ), ການສອບຖາມ ແລະ ການໂຕ້ຕອບຂອງລູກຄ້າ, ລວມທັງຂໍ້ຄວາມໃນເມລ໌ຂອງລະບົບ.
ເງື່ອນໄຂນະໂຍບາຍປະຈຸບັນ, ເງື່ອນໄຂຂອງ ຄູ່ຮ່ວມທຸລະກິດຂອງບໍລິສັດ ແມ່ນຮັບຜິດຊອບອົງກອນຂອງຕົນເອງ ຫຼື ໂດຍບໍລິສັດ, ເຊັ່ນດຽວ ກັນກັບອົງກອນທີ່ເປັນສ່ວນຫນຶ່ງຂອງຕົນເອງຂອງຊັບສິນບໍລິສັດ.
ການຢືນຢັນຂໍ້ມູນ - ຂໍ້ມູນທີ່ຈໍາເປັນສໍາຫຼັບການຢືນຍັນການມີຕົວຕົນຂອງລູກຄ້າ ໂດຍສະເພາະແມ່ນ ໜັງສີຜ່ານແດນ ຫຼື ໃບອະນຸຍາດ ຂັບຂີ່ (ຫຼື ຂໍ້ບັງຄົບໃນກໍລະນີທີ່ລູກຄ້າເປັນໜ່ວຍງານທາງກົດໝາຍ).
ຕົວຢ່າງຂໍ້ມູນທີ່ໄດ້ຮັບໂດຍບໍລິສັດ ຈາກຂໍ້ມູນທີ່ເຜີດເຜີຍ, ເຊັ່ນຫ້ອງການ, ຂໍ້ມູນຫນ່ວຍງານ ຫຼື ທີ່ຢູ່ບ່ອນເຮັດວຽກ ຫຼື ໜ່ວຍງານອື່ນໆ ທີ່ບໍ່ ກ່ຽວຂ້ອງກັບບໍລິສັດ.
ນະໂຍບາຍການຕໍ່ຕ້ານການຟອກເງິນ ຮຽກຮ້ອງໃຫ້ບໍລິສັດຕ້ອງເກັບຂໍ້ມູນ ແລະ ດຳເນີນການທີ່ຈຳເປັນເພື່ອປ້ອງກັນການປ່ຽນແປງ ແລະ ຖືກຕ້ອງກົດໝາຍຟອກເງິນ ທີ່ໄດ້ຈາກກິດຈະກຳທີ່ຜິດກົດໝາຍ. ໃນບາງກໍລະນີບໍລິສັດຈຳເປັນຕ້ອງເປີດເຜີຍເອກະສານແຫລ່ງ ທີ່ມາຂອງເງິນ.
ຂໍ້ມູນກ່ຽວກັບການສະໝັກ - ເຊັ່ນວ່າ ສັນຍານຊື້ຂາຍ, ແຈ້ງເຕືອນ, ຂ່າວສານ ແລະ ລາຄາສະໝັກ
ນອກເໜືອຈາກຂ້າງເທິງ - ບໍລິສັດຂໍສະຫງວນສິດໃນການຮຽກຮ້ອງຂໍ້ມູນເພີ່ມຈາກລູກຄ້າ ໃນກໍລະນີທີ່ຈຳເປັນໃນການປະຕິບັດກົດລະບຽບ ທີ່ມີຢູ່.
ນະໂຍບາຍການຄືນເງິນ
ການຄືນເງິນ ແມ່ນເປັນໄປໄດ້ ໃນກໍລະນີທີ່ໄດ້ຝາກເງິນເຂົ້າບັນຊີ ແຕ່ບໍ່ມີການຊື້ຂາຍເລີຍ, ໃນກໍລະນີນີ້ ການຄືນເງິນຈະຖືກຖອນອອກ ໂດຍທາງວິທີທີ່ລູກຄ້າຝາກເຂົ້າມາ; ການໂອນແມ່ນຖອນໄດ້ສະເພາະຈຳນວນມາຈີ້ນທີ່ຍັງບໍ່ທັນໄດ້ໃຊ້. ໃນຂະບວນການຖອນ ແມ່ນຈະຖືກ ດຳເນີນການລະຫວ່າງ 3-5 ວັນ ໃນວັນລາດຊະການ. ໃນສະຖານະການບາງຢ່າງ PaxForex ຈະຄືນເງິນໂດຍ credit ຫຼື debit card. ໃນກໍລະ ນີນີ້ ການຝາກ ຕ້ອງແມ່ນຝາກເຂົ້າມາທາງ ເຊັ່ນກັນ.
ກ່ຽວກັບ "COOKIES"
Cookies ແມ່ນ ໄຟລ໌ນ້ອຍໆ ທີ່ບັນຈຸຂໍ້ມູນໃນ Web server (site) ເພື່ອໃຊ້ຕິດຕາມຜູ້ເຂົ້າຊົມເວັບ. ບໍລິສັດຈຳເປັນຕ້ອງຕັ້ງຄ່າ ແລະ ເພີ່ມ cookies ເຂົ້າໃນຄອມຂອງລູກຄ້າ, ເພື່ອປະເມີນໂຄສະນາ ແລະ ໂປຣໂມຊັ່ນດຶງດູດຜູ້ໃຊ້ໄປຍັງເວັບໄຊຕ໌ຂອງບໍລິສັດ. ບໍລິສັດ (ຫຼື ໜ່ວຍງານ) ອາດໃຊ້ cookies ເພື່ອປະເມີນຄວາມສົນໃຈຂອງລູກຄ້າໃນຜະລິດຕະພັນ ແລະ ການບໍລິການຂອງບໍລິສັດ ແລະ ການຕິດ ຕາມກິດ ຈະກຳຂອງລູກຄ້າບົນ Web server (site).
ຂໍ້ມູນຖືກຮວບຮວມໂດຍບໍລິສັດ ແລະ ຮ່ວມກັບຄູ່ຮ່ວມທຸລະກິດ ແມ່ນບໍ່ລະບຸຊື່ ແລະ ບໍ່ລະບຸຕົວຕົນ.
ເທັກໂນໂລຢີການປ້ອງກັນ
ບໍລິສັດໃຊ້ລະບົບ Secure Socket Layer (SSL) ໃນການປ້ອງກັນຂໍ້ມູນຂອງລູກຄ້າ. ນີ້ແມ່ນເທັກໂນໂລຢີທີ່ຈະປ້ອງກັນໃຫ້ລູກຄ້າໃນຂະນະ ທີ່ຕອນລູກຄ້າທຳທຸລະກຳ. ບໍລິສັດ ແມ່ນເຮັດທຸກວິທີທາງ ເພື່ອແນ່ໃຈວ່າ Web servers (sites) ແມ່ນປອດໄພ ແລະ ໄດ້ມາດຕະຖານໃນ ອຸດສາຫະກໍານີ້. ບໍລິສັດຍັງໃຊ້ລະບົບປ້ອງກັນອື່ນໆ ເຊັ່ນ firewalls, authentication systems (ເຊັ່ນ: ລະຫັດ ແລະ ເລກບັດປະຈໍາຕົວ) ແລະ ກົນໄນການຄວບຄຸມການເຂົ້າເຖິງຂໍ້ມູນໂດຍບໍ່ໄດ້ຮັບອະນຸຍາດ.
ບໍລິສັດຂໍສະຫງວນສິດໃນການເລືອກໃຊ້ເທັກໂນໂລຢີ ແລະ ວິທີການປ້ອງກັນຂໍ້ມູນຕາມດຸນພິນິດຂອງມັນເອງ, ແລະ ຈະຮ່ວມມືກັບຜູ້ຮັບ ເໝົາທີ່ຫນ້າເຊື່ອຖືໃຫ້ແກ່ບໍລິສັດ.
ການແບ່ງປັນຂໍ້ມູນກັບຄູ່ຮ່ວມທຸລະກິດໃນເຄືອຂ່າຍຂອງບໍລິສັດ
ບໍລິສັດຈະແບ່ງປັນຂໍ້ມູນລູກຄ້າທີ່ອະທິບາຍໃນຂ້າງເທິງ ກັບ ຄູ່ຮ່ວມທຸລະກິດໃນເຄືອຂ່າຍຂອງບໍລິສັດ ເພື່ອຈຸດປະສົງທາງທຸລະກິດ, ເຊັ່ນ ວ່າ ບັນຊີການບໍລິການຂອງລູກຄ້າ, ແລະ ການແຈ້ງຜະລິດຕະພັນ ແລະ ບໍລິການໃຫມ່ ທີ່ໄດ້ຮັບຕາມກົດໝາຍທີ່ໄດ້ຮັບອະນຸຍາດ.
ຄູ່ຮ່ວມທຸລະກິດໃນເຄືອຂ່າຍຂອງບໍລິສັດ ສາມາດເຂົ້າເຖິງຂໍ້ມູນສ່ວນຕົວຂອງລູກຄ້າ ໂດຍຂຶ້ນກັບບໍລິສັດ ຂໍຮ້ອງ ແລະ ອະນຸມັດໂດຍລຸກ ຄ້າ. ທຸກໆການເຂົ້າເຖິງຂໍ້ມູນຂອງຄູ່ຮ່ວມທຸລະກິດໃນເຄືອຂ່າຍຂອງບໍລິສັດ ແມ່ນຖືກບັນທຶກໄວ້ໃນລະບົບ ທີ່ສາມາດຮັບຮູ້ໂດຍລູກຄ້າ ເຊັ່ນ ເວລາ, ຊື່ຄູ່ຮ່ວມທຸລະກິດໃນເຄືອຂ່າຍຂອງບໍລິສັດ ແລະ ຊະນິດຂອງຂໍ້ມູນທີ່ເຂົ້າໄປເບິ່ງກ
ການແບ່ງປັນຂໍ້ມູນກັບບຸກຄົນທີ່ສາມ
ບໍລິສັດບໍ່ເປີດເຜີຍຂໍ້ມູນສ່ວນຕົວຂອງລູກຄ້າໃຫ້ກັບບຸກຄົນທີ່ສາມ ຍົກເວັ້ນທີ່ລະບຸໄວ້ໃນນະໂຍບາຍຄວາມເປັນສ່ວນຕົວຂ້າງເທິງ. ການ ເປີດເຜີຍ ຂໍ້ມູນແກ່ບຸກຄົນທີ່ສາມອາດຈະລວມເຖິງຂໍ້ມູນດັ່ງກ່າວ ກັບຜູ້ທີ່ບໍ່ແມ່ນຄູ່ຮ່ວມທຸລະກິດຂອງບໍລິສັດ ທີ່ດຳເນີນການສະໜັບ ສະໜູນທາງເທັກນິກ ຂອງບັນຊີລູກຄ້າ ຫຼື ອຳນວນຄວາມສະດວກໃຫ້ລູກຄ້າແທນບໍລິສັດ, ລວມທັງຜູ້ທີ່ໃຫ້ຄຳແນະນຳ ທາງດ້ານວິຊາ ການ, ກົດໝາຍ, ຫຼື ການບັນຊີຂອງບໍລິສັດ. ຜູ້ທີ່ບໍ່ແມ່ນຄູ່ຮ່ວມທຸລະກິດຂອງບໍລິສັດ ຈະຕ້ອງຮັກສາຄວາມລັບຂໍ້ມູນດັ່ງກວ່າເທົ່າທີ່ພວກ ເຂົາໄດ້ຮັບມັນ, ແລະ ໃຊ້ຂໍ້ມູນສ່ວນຕົວເທົ່ານັ້ນ ໃນຫຼັກສູດຂອງການບໍລິການ, ແລະ ຈຸດປະສົງຕາມບໍລິສັດສັ່ງການ.
ບໍລິສັດອາດຈະເປີດເຜີຍຂໍ້ມູນສ່ວນຕົວຂອງລູກຄ້າໃຫ້ບຸກຄົນທີ່ສາມ ເພື່ອຕອບສະໜອງຄຳແນະນຳໃຫ້ລູກຄ້າ ຫຼື ເປັນໄປຕາມຄວາມ ຍິນຍອມ ຂອງລູກຄ້າ.
ບໍລິສັດຂໍແຈ້ງວ່າ ຂໍມູນຂອງລູກຄ້າຈະບໍ່ຖືກນຳໄປຂາຍ, ເພື່ອຫວັງຄ່າຄອບແທນ, ແຈກຍາຍ ຫຼື ເຜີຍແຜ່ຂໍ້ມູນລູກຄ້າພາຍໃຕ້ສະຖານະການໃດກໍ່ ຕາມ.
ລະບຽບການເປີດເຜີຍຂໍ້ມູນ
ພາຍໃຕ້ສະຖານະການທີ່ຈຳກັດ, ບໍລິສັດອາດເຜີຍແຜ່ຂໍ້ມິນສ່ວນຕົວຂອງລູກຄ້າໃຫ້ບຸກຄົນທີ່ສາມທີ່ໄດ້ຮັບອະນຸຍາດຕາມ ຫຼື ປະຕິບັດຕາມ ກົດໝາຍ ແລະ ລະບຽບບັງຄັບ.
ບໍລິສັດອາດເຜີຍແຜ່ຂໍ້ມິນສ່ວນຕົວຂອງລູກຄ້າໃຫ້ກັບໜ່ວຍງານກຳກັບດູແລ ແລະ ໜ່ວຍງາຍດ້ານກົດໝາຍ ໃນການປະຕິບັດຕາມ ໝາຍສານ ແລະ ການຮຽກຮ້ອງຢ່າງເປັນທາງການອື່ນໆ ແລະ ເພື່ອຄວາມຈຳເປັນທີ່ຕ້ອງປົກປ້ອງຊັບສິນຂອງບໍລິສັດ.
ຂໍ້ຍົກເວັ້ນໃນນະໂຍບາຍຄວາມເປັນສ່ວນຕົວໃນປະຈຸບັນ, ບໍລິສັດຈະບໍ່ໃຊ້ຂໍ້ມູນສ່ວນຕົວຂອງລູກຄ້າ ເພື່ອຈຸດປະສົງອື່ນໆ ແຕ່ແນວໃດກໍ່ ຕາມບໍລິສັດຈະໃຊ້ໃນເວລາລູກຄ້າຕ້ອງການເປີດເຜີຍມັນ ຫຼື ເມື່ອເວລາລູກຄ້າອະນຸຍາດ.
ບໍລິສັດ ມີສິດທີ່ຈະໃຊ້ຂໍ້ມູນລູກຄ້າ ໃນກໍລະນີອື່ນໆ ນອກເໜືອຈາກທີ່ໄດ້ອະທິບາຍໃນນະໂຍບາຍຄວາມເປັນສ່ວນຕົວປະຈຸບັນ ຖ້າວ່າລູກຄ້າ ລະບຸໄວ້ ຢ່າງຊັດເຈນໃນເວລາທີ່ຈະເປີດເຜີຍຂໍ້ມູນໂດຍລູກຄ້າ ຫຼື ເມື່ອບໍລິສັດໄດ້ຮັບອະນຸຍາດຈາກລູກຄ້າ.
ທາງເລືອກອອກ
ລູກຄ້າອາດປະຕິເສດໃຫ້ການຫາຂໍ້ມູນສ່ວນຕົວ ຕາມທີ່ບໍລິສັດຕ້ອງການ, ເຂິ່ງການກະທຳດັ່ງກ່າວອາດເຮັດໃຫ້ບໍລິສັດບໍ່ສາມາດເປີດບັນ ຊີ ຫຼື ການ ບໍລິການໃຫ້ກັບລູກຄ້າ
ໃນຂະນະທີ ບໍລິສັດພະຍາຍາມກວດສອບໃຫ້ແນ່ໃຈວ່າ ການບໍລິການໃຫ້ກັບລູກຄ້າຢູ່ບົນພື້ນຖານຄວາມຖືກຕ້ອງສົມບຸນ ແລະ ປັບປຸງ ຂໍ້ມຸນ ກ່ຽວກັບພວກເຂົາ, ລູກຄ້າສາມາດຊ່ວຍໄດ້ຫລາຍໃນແງ່ມຸນນີ້ ໂດຍທັນທີທີ່ລູກຄ້າແຈ້ງມາເພື່ອຕ້ອງການປ່ຽນແປງຂໍ້ມູນສ່ວນຕົວ.
ຖ້າລູກຄ້າບໍ່ຕ້ອງການທີ່ຈະເປີດເຜີຍຂໍ້ມູນສ່ວນຕົວໃຫ້ກັບບຸກຄົນທີ່ສາມ ຕາມເງື່ອນໄຂນະໂຍບາຍຄວາມເປັນສ່ວນຕົວປະຈຸບັນ, ລູກຄ້າ ຕ້ອງໄດ້ແຈ້ງໃຫ້ບໍລິສັດຮັບຮູ້ດ້ວຍແບບຟອມພິເສດ.
ການແກ້ໄຂເພີ່ມເຕີມ
ບໍລິສັດຂໍສະຫງວນສິດໃນການແກ້ໄຂເພີ່ມເຕີມໃນນະໂຍບາຍຄວາມເປັນສ່ວນຕົວປະຈຸບັນ, ໃນນີ້ອາດເກີດຂຶ້ນໃນກໍລະນີ ທີ່ໄດ້ອະທິບາຍ ທາງກົງ ຫຼື ທາງອ້ອມໃນນະໂຍບາຍຄວາມເປັນສ່ວນຕົວປະຈຸບັນ, ຫຼື ຖ້າຫາກກົດລະບຽບ ແລະ ກົດໝາຍຕ້ອງການແກ້ໄຂ ຫຼື ເພີ່ມເຕີມ.
ວິທີການແກ້ໄຂເພີ່ມ
ຈະແກ້ໄຂໂດຍບໍລິສັດຈະແຈ້ງໃຫ້ລູກຄ້າ ໂດຍການຂຽນປະກາດແຈ້ງເຕືອນບົນຫນ້າເວັບໄຊຕ໌ຂອງບໍລິສັດ ແລະ ໂດຍການສົ່ງຂໍ້ຄວາມໃຫ້ ລູກຄ້າ ຜ່ານລະບົບອີເມລ໌.
ການຂຽນປະກາດແຈ້ງການໃນຫນ້າເວັບໄຊຕ໌ ແລະ ສົ່ງຂໍ້ຄວາມທາງເມລ໌໌ ແມ່ນຖືວ່າພຽງພໍ ສຳຫຼັບການແກ້ໄຂນະໂຍບາຍຄວາມເປັນ ສ່ວນຕົວ ຂອງລູກຄ້າ, ແຕ່ເຖິງຢ່າງໃດກໍ່ຕາມ ເມື່ອລູກຄ້າໄດ້ອ່ານ ແລະ ເຂົ້າໃຈ ແລະ ຕ້ອງຍອມຮັບມັນ.
ການແກ້ໄຂເອກະສານເພີ່ມ ແມ່ນຈະມີຜົນບັງຄົບໃຊ້ຫລັງຈາກ 5 ວັນລາດຊະການໂດຍນັບຈາກວັນທີ່ບໍລິສັດໄດ້ມີປະກາດອອກໄປ, ກ່ອນ ເວລາ ຫນ້ານີ້ ແມ່ນຖືວ່າຍັງເປັນປົກກະຕິ.
ການແກ້ໄຂເອກະສານເພີ່ມ ແມ່ນປະຕິບັດທັນທີທີ່ສະໝັກລົງທະບຽນເປີດບັນຊີຫລັງຈາກທີ່ໄດ້ເຜີຍແຜ່ (ເຊິ່ງບໍ່ສົນໃຈກັບບັນຊີອື່ນໆ ທີ່ ເປີດກ່ອນ ຫນ້ານີ້)
ການແກ້ໄຂເອກະສານເພີ່ມຈະໃຊ້ກັບບັນຊີທີ່ເປີດລົງທະບຽນກ່ອນແລ້ວ ໃນວັນທີ່ອອກເອກະສານເຊັ່ນກັນ.
ໃນກໍລະນີທີ່ກົດລະບຽບ ແລະ ກົດໝາຍໄດ້ແນະນຳ ເຊິ່ງຮຽກຮ້ອງໃຫ້ມີການແກ້ໄຂເພີ່ມກ່ຽວກັບນະໂຍບາຍຄວາມເປັນສ່ວນຕົວໃນປະ ຈະບັນ, ຖ້າ ລະບຽບ ແລະ ກົດໝາຍມາບັງຄົບໃຊ້ທັນທີຫລັງຈາກວັນທີ່ມີຜົນການກະທຳຕາມກົດໝາຍທີ່ກ່ຽວຂ້ອງ ບໍ່ວ່າຈະເປັນການແກ້ ໄຂທີ່ຈຳເປັນ ຫຼື ບໍ່ກໍ່ຕາມ. ຂໍ້ບັງຄັບນະໂຍບາຍຄວາມເປັນສ່ວນຕົວໃນປະຈຸບັນໃນລັກສະນະທີ່ຂັດແຍ້ງກັບກົດໝາຍໃຫມ່ ຈະຖືວ່າເປັນໂມ ຄະທັນທີທີ່ ເພື່ອສອດ ຄ້ອງກັບການແກ້ໄຂເອກະສານດັ່ງກ່າວມີຜົນບັງຄັບໃຊ້
ການຍອມຮັບໂດຍລູກຄ້າ
ການເປັນລູກຄ້າຂອງບໍລິສັດ ແລະ ໃຊ້ບໍລິການ (ລວມທັງໂບຣກເກີ ແລະ ການບໍລິການ) ຊອບແວ ແລະ ຮາດແວ ຈະຊ່ວຍໃຫ້ການດຳເນີນ ການທາງດ້ານ ຕະຫຼາດຢ່າງມືອາຊີບ, ລູກຄ້າຕ້ອງໄດ້ຍອມຮັບນະໂຍບາຍຄວາມເປັນສ່ວນຕົວທີ່ໄດ້ອະທິບາຍໄວ້ໃນຂ້າງເທິງ.
ລູກຄ້າຕົກລົງຍອມຮັບທຸກເງື່ອນໄຂ (ຂໍ້ຫຼັກ, ຂໍ້ຍ່ອຍ) ຂອງເອກະສານເຜີຍແຜ່ຂອງບໍລິສັດ ເພື່ອໃຊ້ບໍລິການຂອງບໍລິສັດ ແລະ ຈະຢຸດຕິ ການບໍລິ ການທັນທີ ຖ້າຫາກມີການຂັດແຍ້ງທີ່ເກີດຂຶ້ນ.