ທີມງານ PaxForex ຍິນດີຕ້ອນຮັບທ່ານເຂົ້າສູ່ເວັບໄຊຕ໌ຂອງພວກເຮົາ.
PaxForex ແມ່ນສ້າງຕັ້ງໂດຍນັກເທຣດມືອາຊີບ ທີ່ຮ່ວມມືກັນລົງທຶນ. ເຈົ້າຂອງບໍລິສັດ ແມ່ນມີປະສົບການໃນຕະຫຼາດ Forex, stocks, options, CFDs ແລະ dealers. ພວກເຮົາແມ່ນໄດ້ປະສົບຜົນສຳເລັດ ດ້ວຍປະສົບການໂດຍການເຮັດວຽກ ຕຳແຫນ່ງຜູ້ບໍລິຫານ ກັບໂບຣກເກີທີ່ໃຫຍ່ ທີ່ສຸດ ເຊິ່ງປະຈຸບັນໄດ້ກາຍເປັນຄູ່ແຂ່ງທີ່ສຳຄັນຂອງພວກເຮົາ. ເຖິງວ່າພວກເຮົາເປັນລິສັດລະດັບກາງ ທີ່ຈະບໍ່ຕອບສະໜອງຄວາມຕ້ອງການ ໃຫ້ລູກຄ້າໄດ້ຕະຫຼອດເວລາກໍ່ຕາມ ແຕ່ພວກເຮົາກໍ່ມີຄວາມພ້ອມ ທີ່ນຳສະເໜີສິນຄ້າ ແລະ ບໍລິການທີ່ບໍ່ຊ້ຳກັນໃນທຸລະກິດປະເພດນີ້. ພວກເຮົາ ມີພ້ອມທຶນຈົດທະບຽນ ພ້ອມຮອງຮັບການຊື້ຂາຍໃນຕະຫຼາດໂຟເຣກນີ້ຢ່າງບໍ່ຈຳກັດ, ພວກເຮົາໄດ້ເລືອກຈົດທະບຽນທີ່ຫມູ່ເກາະ ບຣິດຕິສເວີຈີ້ນ ດ້ວຍທຶນຈົດທະບຽນ 2 ພັນ ລ້ານ ໂດລ່າສະຫະລັດອາເມລິກາ ໃນນາມ ບໍລິສັດ PaxInvest ໝາຍເລກຈົດທະບຽນ ແມ່ນ 15888590. ພວກເຮົາແມ່ນບໍລິສັດທີ່ຈົດທະບຽນຖືກຕ້ອງຕາມກົດໝາຍນາຍໜ້າການຄ້າອັດຕາແລກປ່ຽນເງິນຕາຕ່າງປະເທດ ໂດຍຜ່ານການກວດສອບ ແລະ ປາສະຈາກການຟອກເງິນ; ພວກເຮົາພ້ອມທີ່ຈະຮອງຮັບນັກລົງທຶນຊາວລາວ ເຂົ້າມາລົງທຶນໃນຕະຫຼາດ ທີ່ກຳລັງເປັນທີຍິຍົມ ແລະ ກວ້າງຂວາງທີ່ສຸດໃນໂລກ. ເງິນລົງທຶນຂອງທ່ານທັງໝົດ ແມ່ນຈະຖືກເກັບໄວ້ໃນທະນາຄານຫຼັກຂອງເອີຣົບ ເຊັ່ນ: Baclay, HSBC, Starndard Charter ແລະ ອີກ 8 ທະນາຄານຫຼັກໃນເອີຣົບກາງ ດັ່ງນັ້ນຈຶ່ງໝັ້ນໃຈວ່າໄດ້ວ່າ ເງິນຂອງທ່ານ ຈະບໍ່ສູນເສຍ ແລະ ຈະຄົງຢູ່ຢ່າງໝັ້ນຄົງ.
ປະສົບການຜ່ານການເທຣດ ເຮັດໃຫ້ພວກເຮົາຮູ້ວ່າ ນັກເທຣດຕ້ອງການຫຍັງ. ການບໍລິການ ແລະ ການຄ້າດ້ານການເງິນ ແມ່ນທັງໝົດທີ່ພວກ ເຮົາເຮັດ, ຄວາມຮູ້ ແລະ ປະສົບການ ແມ່ນຈະເຮັດໃຫ້ທ່ານມີໂອກາດສ້າງຄວາມມັ່ງຄັງ ແລະ ການຄ້າຂາຍຄ່າເງິນທີ່ມີຄວາມສະຖຽນລະພາບ ບົນພື້ນຖານການປ່ຽນແປງຄ່າເງິນທີ່ຖືກຕ້ອງ ແລະ ເປັນຈິງ ເພື່ອໃຫ້ນັກລົງທຶນຊາວລາວປະສົບຜົນສຳເລັດ.
ຖ້າທ່ານກຳລັງຫາບໍລິສັດ ທີ່ຄິດວ່າ ການບໍລິການນັ້ນເປັນ ເລີດແລ້ວກໍ່; ພວກເຮົາແມ່ນຄຳຕອບຂອງທ່ານ. ທີມບໍລິການລູກຄ້າຂອງພວກເຮົາ ແມ່ນຄອຍຖ້າບໍລິການຕະຫຼອດ 24 ຊົ່ວໂມງ 5 ມື້ ຕໍ່ ອາທຶດ ດ້ວຍການ ແຊ໋ດ, ອີເມລ ແລະ ໂທລະສັບ. ປັດສະຍາຂອງພວກເຮົາ ແມ່ນການສ້າງ ຄວາມຜູກພັນລະຫວ່າງບໍລິສັດ ແລະ ລູກຄ້າ ທີ່ຈະຊ່ວຍສ້າງມາດຕະຖານຂອງທຸລະກິດ; ເຊິ່ງນັ້ນ ແມ່ນເຫດຜົນທີ່ວ່າ ລູກຄ້າທົ່ວໂລກໄດ້ຕັດສິນໃຈ ຮ່ວມງານກັບພວກເຮົາ ແລະ ຍັງແນະນຳໃຫ້ລູກຄ້າຄົນອື່ນຕໍ່ໆໄປ.
ສ່ວນທີ່ສຳຄັນອີກຢ່າງໜຶ່ງຂອງບໍລິສັດພວກເຮົາ ຄືການປະຊຸມ ແລະ ສຳມານາ ເຊັ່ນທ່ານຕ້ອງການເພີ່ມກົນລະຍຸດ ແລະ ຍົກລະດັບຄວາມຮູ້ ຂອງນັກເທຣດຂຶ້ນໄປລະດັບໃຫມ່. ຄົນທີ່ກ້າທີ່ຈະສຳຫຼວດຂອບເຂດ ແລະ ຕະຫຼາດໃຫມ່, ຄົນທີ່ຄິດຈະສ້າງ ລາຍໄດ້ສູງສຸດ ແລະ ປອດໄພຕໍ່ເງິນທຶນ, ຄົນທີຈະໃຫ້ບໍລິການ, ແລະ ອື່ນໆ ລວມທັງຄົນທີ່ເຮັດວຽກທີ່ຫນ້າເບື່ອຊ້ຳໄປ້ຳມາ ແລະ ຄົນທີ່ຕ້ອງການເລີ່ມຕົ້ນທຸລະກິດຂອງຕົວເອງ.
ຂອບໃຈ ທີ່ທ່ານໃຫ້ຄວາມສົນໃຈໃນ PaxForex ແລະ ພວກເຮົາຫວັງວ່າຈະໄດ້ຮ່ວມງານກັບທ່ານ
ດ້ວຍຄວາມນັບຖື
ທີມງານ PaxForex